ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ເກົາຫຼີ ຈັດ​ພິທີ​ລະນຶກ​ສົງຄາມ​ຕໍ່ຕ້ານ ​ອາ​ເມ​ຣິ​ກາ ຄົບຮອບ 73 ປີ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ ​ວັນ​ທີ 26 ຕຸລາ ນີ້​ວ່າ: ເມື່ອ​ວັນ​ທີ 25 ຕຸລາ​ນີ້, ພິທີ​ລະນຶກ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ຣິ​ກາ​ ຂອງ
​ກອງທັບ​ອາສາ​ສະໝັກ​ປະຊາຊົນ​ຈີນ​ເພື່ອ​ຊ່ວຍເຫຼືອ ​ສປປ ເກົາຫຼີ​ ຄົບຮອບ 73 ປີ​ ໄດ້​ຈັດ​ຂຶ້ນ​ຢູ່​ອະນຸສາວະລີ​ມິດຕະພາບ ນະຄອນ
ຫຼວງ​ ພຽງ​ຢາງ​ ຂອງ​ສາທາລະນະ​ລັດ​ປະຊາຊົນປະ ຊາທິປະໄຕ​ເກົາຫຼີ.

     ທ່ານ​ ຄາງ​ຢຸນ​ສົກ ຮອງ​ປະທານ​ຄະນະ​ປະ ຈຳ​ສະພາ​ປະຊາຊົນ​ສູງ​ສຸດ ​ສປປ ເກົາຫຼີ ແລະ ​ທ່ານ​ ຫວາງ​ຢາ​ວີ່ນ ເອກ​ອັກ​ຄະ​ລັດ​
ຖະ​ທູດ​ຈີນ​ປະຈຳ ​ສປປ ເກົາຫຼີ ໄດ້​ນຳພາ​ຄະນະ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ເພື່ອ​ສະແດງ​ຄວາມ​ໄວ້ອາໄລ​ຢ່າງ​ສຸດ​ຊຶ້ງ​ຕໍ່​ວິລະ​ຊົນ
​ທະຫານ​ອາສາ​ສະໝັກ​ຈີນ​ ທີ່​ໄດ້​ເສຍສະຫຼະ​ຊີວິດ​ຢ່າງ​ອົງອາດ​ກ້າຫານ​ໃນ​ສົງຄາມ​ຕໍ່ຕ້ານ​ ອາ​ເມ​ຣິ​ກາ ​ເພື່ອ​ຊ່ວຍເຫຼືອ ​ສປປ ເກົາຫຼີ.
ທ່ານ ຄາງ​ຢຸນ​ສົກ ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ໝາຍ​ປະຫວັດສາດ​ ທີ່​ຍິ່ງ​ໃຫຍ່​ຂອງ​ການ​ເຂົ້າ​ສູ່ ​ສປປ ເກົາຫຼີ​ ເພື່ອ​ເຂົ້າ​ຮ່ວມ​ສົງຄາມ​ຕໍ່ຕ້ານ​
ອາ​ເມ​ຣິ​ກາ​ຂອງ​ ກອງທັບ​ອາສາ​ສະໝັກ​ປະຊາຊົນ​ຈີນ.

     ທ່ານ​ກ່າວ​ວ່າ: ໃນ​ເວລາ ​ສປ ຈີນ​ ປະສົບ​ຄວາມ​ຫຍຸ້ງຍາກ ແລະ ​ຕ້ອງການ​ການ​ພັດທະນາ, ປະຊາຊົນ​ຈີນ ​ໄດ້​ສົ່ງ​ກອງທັບ​ອາ
ສາ​ສະໝັກ ​ທີ່​ປະກອບ​ດ້ວຍ​ລູກ​ຫຼານ​ຜູ້​ດີເດັ່ນ​ຂອງ​ຕົນ​ມາ​ຊ່ວຍເຫຼືອ ​ສປປ ເກົາຫຼີ ເຊິ່ງ​ໄດ້​ມີ​ຄວາມ​ເສຍສະຫຼະ​ຢ່າງ​ຫຼວງຫຼາຍ ແລະ
​ປະກອບສ່ວນ​ທີ່​ບໍ່​ສາມາດ​ຫຼົງ​ລືມ​ໄດ້​ຕໍ່​ການ​ໄດ້​ຮັບ​ໄຊຊະນະ​ແຫ່ງ​ສົງຄາມ​ປົດ​ປ່ອຍ  ປະ​ເທດ​ຊາດ​ຂອງ ​ສປປ ເກົາຫຼີ ແລະ​ ການ
​ປົກ​ປັກ​ຮັກສາ​ພາລະກິດ​ການ​ປະຕິວັດ​ຮ່ວມ​ກັນ​ຂອງ​ສອງ​ປະເທດ ​ສປປ ເກົາ ຫຼີ-ຈີນ. ພັກ-ລັດ ແລະ​ ປະຊາຊົນ ​ສປປ ເກົາຫຼີ ຈະ
​ບໍ່​ຫຼົງ​ລືມ​ຄຸນງາມຄວາມດີ​ທີ່​ຍິ່ງ​ໃຫຍ່​ຂອງ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ​ ຕະຫຼອດ​ກາລະ​ນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/11/2023